phpBB ນັ້ນເປັນລະບົບເວັບບອດອີກໂຕນຶ່ງນອກເໜືອໄປຈາກ SMF ຫຼື Discuzz! ຫຼືລະບົບເວັບບອດອື່ນໆ ທີ່ມີຢູ່ຫຼວງຫຼາຍໃນອິນເຕີເນັດ ຂໍ້ດີຂອງ phpBB ກໍຄື ມີລະບົບແຍງ Template ອອກຈາກ Code ເຮັດໃຫ້ສາມາດອອກແບບໜ້າເວັບແຍກກັບ coding ໄດ້ສະດວກຂຶ້ນ (ສຳລັບຄົນເຮັດເປັນ ) ນອກຈາກນັ້ນແລ້ວ ມັນກໍຍັງສາມາດປັບແຕ່ງໄດ້ຫຼາກຫຼາຍ ທີ່ສຳຄັນແມ່ນມີ Style ໃຫ້ເລືອກດາວໂຫລດມາໃຊ້ກັນສາລະພັດຮູບແບບເລີຍລະ. ລາຍລະອຽດຈະເປັນແນວໃດຕໍ່ໄປນັ້ນ ຂໍເຊີນຮັບຊົມຈາກວິດີໂອກັນເລີຍ.
Tag Archives: Webboard
4: ການຕິດຕັ້ງເວັບບອດ SMF 2.0 RC3
by au8ust on 12. Mar, 2010 in Web Application
ມື້ນີ້ເຮົາຈະມາຮຽນກ່ຽວກັບການຕິດຕັ້ງ SMF ເຊິ່ງເປັນລະບົບເວັບບອດທີ່ມີຊື່ເຕັມໆ ວ່າ Simple Machine Forums. ໃນບົດນີ້ເຮົາຈະຮຽນເຈາະຈົງສະເພາະແມ່ນ SMF ເວີຊັນ 2.0 RC3 ເຊິ່ງເປັນເວີຊັນຫຼ້າສຸດ ທີ່ກຳລັງຢູ່ໃນລະຫວ່າງການພັດທະນາ ແລະອາດຈະຍັງບໍ່ສະຖຽນພຽງພໍໃນການໃຊ້ວຽກໃນເວັບໄຊໂຕຈິງ. ຢ່າງໃດກໍຕາມ SMF ເປັນລະບົບເວັບບອດທີ່ຂ້ອນຂ້າງຈະມີຄວາມສາມາດສູງ ຮອງຮັບ Mod ຕ່າງໆ ຈຳນວນຫຼາຍ ແລະມີ Theme ໃຫ້ເລືອກໃຊ້ພໍສົມຄວນ. ມາຕິດຕາມຕໍ່ກັນໃນວິດີໂອເລີຍ
Categories
- Linux (1)
- Misc tips (1)
- Software (5)
- Web Application (3)
- Web Server (1)
- Web tips (4)
- Windows (2)





















Recent Comments