Archive | Web Application RSS feed for this section
5: ການຕິດຕັ້ງເວັບບອດ phpBB 3.0.7

5: ການຕິດຕັ້ງເວັບບອດ phpBB 3.0.7

phpBB ນັ້ນເປັນລະບົບເວັບບອດອີກໂຕນຶ່ງນອກເໜືອໄປຈາກ SMF ຫຼື Discuzz! ຫຼືລະບົບເວັບບອດອື່ນໆ ທີ່ມີຢູ່ຫຼວງຫຼາຍໃນອິນເຕີເນັດ ຂໍ້ດີຂອງ phpBB ກໍຄື ມີລະບົບແຍງ Template ອອກຈາກ Code ເຮັດໃຫ້ສາມາດອອກແບບໜ້າເວັບແຍກກັບ coding ໄດ້ສະດວກຂຶ້ນ (ສຳລັບຄົນເຮັດເປັນ ) ນອກຈາກນັ້ນແລ້ວ ມັນກໍຍັງສາມາດປັບແຕ່ງໄດ້ຫຼາກຫຼາຍ ທີ່ສຳຄັນແມ່ນມີ Style ໃຫ້ເລືອກດາວໂຫລດມາໃຊ້ກັນສາລະພັດຮູບແບບເລີຍລະ.
ລາຍລະອຽດຈະເປັນແນວໃດຕໍ່ໄປນັ້ນ ຂໍເຊີນຮັບຊົມຈາກວິດີໂອກັນເລີຍ.

Read full storyComments { 0 }
4: ການຕິດຕັ້ງເວັບບອດ SMF 2.0 RC3

4: ການຕິດຕັ້ງເວັບບອດ SMF 2.0 RC3

ມື້ນີ້ເຮົາຈະມາຮຽນກ່ຽວກັບການຕິດຕັ້ງ SMF ເຊິ່ງເປັນລະບົບເວັບບອດທີ່ມີຊື່ເຕັມໆ ວ່າ Simple Machine Forums. ໃນບົດນີ້ເຮົາຈະຮຽນເຈາະຈົງສະເພາະແມ່ນ SMF ເວີຊັນ 2.0 RC3 ເຊິ່ງເປັນເວີຊັນຫຼ້າສຸດ ທີ່ກຳລັງຢູ່ໃນລະຫວ່າງການພັດທະນາ ແລະອາດຈະຍັງບໍ່ສະຖຽນພຽງພໍໃນການໃຊ້ວຽກໃນເວັບໄຊໂຕຈິງ.
ຢ່າງໃດກໍຕາມ SMF ເປັນລະບົບເວັບບອດທີ່ຂ້ອນຂ້າງຈະມີຄວາມສາມາດສູງ ຮອງຮັບ Mod ຕ່າງໆ ຈຳນວນຫຼາຍ ແລະມີ Theme ໃຫ້ເລືອກໃຊ້ພໍສົມຄວນ. ມາຕິດຕາມຕໍ່ກັນໃນວິດີໂອເລີຍ

Read full storyComments { 0 }
3: ການຕິດຕັ້ງ Joomla! 1.5.15 ໃນ AppServ

3: ການຕິດຕັ້ງ Joomla! 1.5.15 ໃນ AppServ

ໃນບົດນີ້ເຮົາຈະມາຮຽນກ່ຽວກັບ ການຕິດຕັ້ງ Joomla! ເວີຊັນ 1.5.15 ໃນ AppServ ກັນ ແລະສຳລັບໃຜທີ່ຍັງບໍ່ຮູ້ ຫຼືອາດຈະລືມແລ້ວວ່າ Joomla! ແລະ AppServ ແມ່ນຫຍັງ ກໍຈະຂໍທວນຄືນໜ້ອຍນຶ່ງສັ້ນໆ ກ່ອນ. Joomla! ເປັນ Content Management System ຫຼືທີ່ເອີ້ນຫຍໍ້ໆວ່າ CMS ໃຊ້ສຳລັບການຈັດການບໍລິຫານເວັບໄຊຢ່າງມີລະບົບ ຜູ່ໃຊ້ສາມາດສ້າງເນື້ອຫາ ແກ້ໄຂ ຫຼືປັບປຸງໜ້າເວັບໄດ້ຜ່ານລະບົບ CMS ໂດຍບໍ່ຈຳເປັນຕ້ອງແກ້ເທື່ອລະໄຟລ໌ HTML ແບບສະໄໝເກົ່າ.
ສ່ວນ AppServ ນັ້ນ ເປັນໂປຣແກຣມຮວມເຄື່ອງມືຕ່າງໆ ສຳລັບໃຊ້ໃນການປ່ຽນເຄື່ອງຄອມພິວເຕີສ່ວນຕົວຂອງທ່ານໃຫ້ກາຍເປັນ Web server ໄດ້.

Read full storyComments { 0 }