About

5tutor.net ເປັນເວັບໄຊທີຂ້າພະເຈົ້າຕັ້ງໃຈສ້າງມາ ເພື່ອເປັນແຫຼ່ງຮວມບົດສອນ ໃນການຕິດຕັ້ງ ແລະນຳໃຊ້ໂປຣແກຣມ, CMS, ແລະຫົວຂໍ້ອື່ນໆ ເປັນວິດີໂອ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ່ທີ່ສົນໃຈໃນຫົວຂໍ້ຕ່າງໆ ສາມາດຮຽນຮູ້ ແລະເຮັດຕາມໄດ້ງ່າຍ ເພາະການສອນເປັນວິດີໂອນັ້ນ ຜູ່ຮຽນຈະສາມາດເຫັນພາບ ພ້ອມທັງສຽງອະທິບາຍໄດ້ທັນທີ.

ຢ່າງໃດກໍຕາມ ບົດຮຽນຕ່າງໆ ໃນເວັບໄຊນີ້ ເປັນປະສົບການສ່ວນໂຕຂອງຂ້າພະເຈົ້າຜູ່ສອນເອງ ດັ່ງນັ້ນຈຶ່ງປາສະຈາກຄວາມຜິດພາດບໍ່ໄດ້ ຫາກທ່ານມີຄຳແນະນຳ ຕິຊົມ ຫຼືຂໍ້ຄວາມທີ່ຕ້ອງການບອກ ກໍສາມາດຕິດຕໍ່ໄດ້ຜ່ານອີເມລ au8ust ແອັດ gmail.com ໄດ້ເລີຍ.

12 ມີນາ 2010,
au8ust

About