Archive | March, 2010
6: ການຕິດຕັ້ງ Windows 7

6: ການຕິດຕັ້ງ Windows 7

Windows 7 ລະບົບປະຕິບັດການໃໝ່ຫຼ້າສຸດຈາກ Microsoft ສືບຕໍ່ມາຈາກ Windows Vista ເຊື່ອວ່າຫຼາຍໆ ຄົນຄົງໃຊ້ກັນມາຮຽບຮ້ອຍແລ້ວ ແຕ່ມື້ນີ້ 5tutor.net ບໍ່ໄດ້ມາສອນວິທີໃຊ້ເປັນຫຼັກ ແຕ່ຈະມາສອນວິທີການຕິດຕັ້ງລະບົບປະຕິບັດການໂຕນີ້ກັນ ມາເບິ່ງກັນເລີຍວ່າເປັນແນວໃດ.

Comments { 5 }
5: ການຕິດຕັ້ງເວັບບອດ phpBB 3.0.7

5: ການຕິດຕັ້ງເວັບບອດ phpBB 3.0.7

phpBB ນັ້ນເປັນລະບົບເວັບບອດອີກໂຕນຶ່ງນອກເໜືອໄປຈາກ SMF ຫຼື Discuzz! ຫຼືລະບົບເວັບບອດອື່ນໆ ທີ່ມີຢູ່ຫຼວງຫຼາຍໃນອິນເຕີເນັດ ຂໍ້ດີຂອງ phpBB ກໍຄື ມີລະບົບແຍງ Template ອອກຈາກ Code ເຮັດໃຫ້ສາມາດອອກແບບໜ້າເວັບແຍກກັບ coding ໄດ້ສະດວກຂຶ້ນ (ສຳລັບຄົນເຮັດເປັນ ) ນອກຈາກນັ້ນແລ້ວ ມັນກໍຍັງສາມາດປັບແຕ່ງໄດ້ຫຼາກຫຼາຍ ທີ່ສຳຄັນແມ່ນມີ Style ໃຫ້ເລືອກດາວໂຫລດມາໃຊ້ກັນສາລະພັດຮູບແບບເລີຍລະ. ລາຍລະອຽດຈະເປັນແນວໃດຕໍ່ໄປນັ້ນ ຂໍເຊີນຮັບຊົມຈາກວິດີໂອກັນເລີຍ.

Comments { 0 }
4: ການຕິດຕັ້ງເວັບບອດ SMF 2.0 RC3

4: ການຕິດຕັ້ງເວັບບອດ SMF 2.0 RC3

ມື້ນີ້ເຮົາຈະມາຮຽນກ່ຽວກັບການຕິດຕັ້ງ SMF ເຊິ່ງເປັນລະບົບເວັບບອດທີ່ມີຊື່ເຕັມໆ ວ່າ Simple Machine Forums. ໃນບົດນີ້ເຮົາຈະຮຽນເຈາະຈົງສະເພາະແມ່ນ SMF ເວີຊັນ 2.0 RC3 ເຊິ່ງເປັນເວີຊັນຫຼ້າສຸດ ທີ່ກຳລັງຢູ່ໃນລະຫວ່າງການພັດທະນາ ແລະອາດຈະຍັງບໍ່ສະຖຽນພຽງພໍໃນການໃຊ້ວຽກໃນເວັບໄຊໂຕຈິງ. ຢ່າງໃດກໍຕາມ SMF ເປັນລະບົບເວັບບອດທີ່ຂ້ອນຂ້າງຈະມີຄວາມສາມາດສູງ ຮອງຮັບ Mod ຕ່າງໆ ຈຳນວນຫຼາຍ ແລະມີ Theme ໃຫ້ເລືອກໃຊ້ພໍສົມຄວນ. ມາຕິດຕາມຕໍ່ກັນໃນວິດີໂອເລີຍ

Comments { 0 }
3: ການຕິດຕັ້ງ Joomla! 1.5.15 ໃນ AppServ

3: ການຕິດຕັ້ງ Joomla! 1.5.15 ໃນ AppServ

ໃນບົດນີ້ເຮົາຈະມາຮຽນກ່ຽວກັບ ການຕິດຕັ້ງ Joomla! ເວີຊັນ 1.5.15 ໃນ AppServ ກັນ ແລະສຳລັບໃຜທີ່ຍັງບໍ່ຮູ້ ຫຼືອາດຈະລືມແລ້ວວ່າ Joomla! ແລະ AppServ ແມ່ນຫຍັງ ກໍຈະຂໍທວນຄືນໜ້ອຍນຶ່ງສັ້ນໆ ກ່ອນ. Joomla! ເປັນ Content Management System ຫຼືທີ່ເອີ້ນຫຍໍ້ໆວ່າ CMS ໃຊ້ສຳລັບການຈັດການບໍລິຫານເວັບໄຊຢ່າງມີລະບົບ ຜູ່ໃຊ້ສາມາດສ້າງເນື້ອຫາ ແກ້ໄຂ ຫຼືປັບປຸງໜ້າເວັບໄດ້ຜ່ານລະບົບ CMS ໂດຍບໍ່ຈຳເປັນຕ້ອງແກ້ເທື່ອລະໄຟລ໌ HTML ແບບສະໄໝເກົ່າ. ສ່ວນ AppServ ນັ້ນ ເປັນໂປຣແກຣມຮວມເຄື່ອງມືຕ່າງໆ ສຳລັບໃຊ້ໃນການປ່ຽນເຄື່ອງຄອມພິວເຕີສ່ວນຕົວຂອງທ່ານໃຫ້ກາຍເປັນ Web server ໄດ້.

Comments { 3 }
2: ການຕິດຕັ້ງ Windows XP

2: ການຕິດຕັ້ງ Windows XP

Windows XP ນັບເປັນນຶ່ງໃນ OS ທີ່ຖືກໃຊ້ງານມາດົນນານ ເຊິ່ງຖ້າຫາກນັບເບິ່ງແລ້ວ ຕອນນີ້ ນະ ເວລາທີ່ຂຽນຢູ່ Windows XP ມີອາຍຸໄດ້ 8 ປີ ກັບອີກ 6 ເດືອນແລ້ວ ແລະຍັງຄົງມີຜູ່ໃຊ້ຈຳນວນຫຼວງຫຼາຍຢູ່ເນື່ອງຈາກຄວາມສະຖຽນຂອງລະບົບ ແລະການຮອງຮັບກັບອຸປະກອນຕ່າງໆ ທັງເກົ່າແລະໃໝ່ນັ້ນ ຂ້ອນຂ້າງດີຫຼາຍ. ໃນບົດນີ້ເຮົາຈະມາຮຽນກ່ຽວກັບວິທີການຕິດຕັ້ງ Windows XP ຈາກແຜ່ນຕິດຕັ້ງທີ່ບໍ່ໄດ້ຜ່ານການດັດແກ້ໃດໆ ເລີຍ (ຕົວຢ່າງເຊັ່ນ ແຜ່ນ Windows XP ທີ່ມີລະບຸ 2008 ຫຼື 2009 ພວກນັ້ນ).

Comments { 0 }
1: ການຕິດຕັ້ງ AppServ 2.5.10 ໃນ Windows 7

1: ການຕິດຕັ້ງ AppServ 2.5.10 ໃນ Windows 7

AppServ ເປັນໂປຣແກຣມຮວມເຄື່ອງມືສຳຄັນຕ່າງໆ ໃນການເຮັດໃຫ້ຄອມພິວເຕີຂອງທ່ານ ສາມາດຈຳລອງເປັນ Web server ໄດ້ ເຊິ່ງເຮັດໃຫ້ງ່າຍ, ສະດວກ ແລະວ່ອງໄວໃນການທົດສອບຂຽນ Web application ຂອງທ່ານເອງ ໂດຍບໍ່ຕ້ອງອັບໂຫລດໄຟລ໌ຂຶ້ນໄປໃນ host ເຊິ່ງໃຊ້ເວລາຫຼາຍ ແລະຕ້ອງເຊື່ອມຕໍ່ກັບອິນເຕີເນັດ.

Comments { 3 }