8: ການຕິດຕັ້ງ Ubuntu 9.10

ປັດໃຈສຳຄັນທີ່ເຮັດໃຫ້ Ubuntu ເປັນນຶ່ງໃນ Linux distribution ຍອດນິຍົມໃນຊ່ວງປີທີ່ຜ່ານມານັ້ນ ຄົງໜີບໍ່ພົ້ນຄວາມງ່າຍໃນການໃຊ້ງານ ແລະລູກຫຼິ້ນທີ່ຫຼາກຫຼາຍ (ໂດຍສະເພາະ Compiz/Beryl) ເຊິ່ງຂໍ້ນີ້ເອງທີ່ເຮັດໃຫ້ຜູ່ໃຊ້ຈຳນວນຫຼາຍ ຫັນມາສົນໃຈໃນ Ubuntu ນັບມື້ນັບຫຼາຍຂຶ້ນ.

ມື້ນີ້ເຮົາມາຮຽນວິທີຕິດຕັ້ງ Ubuntu 9.10 ກັນ ເຊິ່ງມີຂັ້ນຕອນການຕິດຕັ້ງທີ່ງ່າຍໆ ມາເບິ່ງກັນເລີຍ.

Beginner

,

20 Responses to 8: ການຕິດຕັ້ງ Ubuntu 9.10

  1. noe_pisces March 21, 2010 at 1:20 pm #

    ໂອ ຄັກຫຼາຍ…ຂອບໃຈ

  2. B April 3, 2010 at 10:30 pm #

    ເຮົາຈະໃຊ້ printer ຈັ່ງໃດລະບາດນິ . ຈະຊອກ driver printer for ubuntu ໄດ້ຢູ່່່່ໃສ

  3. au8ust April 4, 2010 at 10:34 am #

    Printer ແລ້ວແຕ່ລຸ້ນເດີ້ ແນະນຳໃຫ້ກວດສອບຈາກເວັບໄຊຜູ່ຜະລິດ printer ວ່າເຂົາມີ driver ສຳລັບ Ubuntu ບໍ່ ແລະມີວິທີການຕິດຕັ້ງແນວໃດ ເຊິ່ງປົກກະຕິຫາກເປັນລຸ້ນໃໝ່ໆ ຈະສາມາດໃຊ້ໄດ້ບໍ່ມີບັນຫາ.

  4. B April 6, 2010 at 8:32 am #

    ok ຂອບໃຈຫຼາຍໆ

  5. B April 6, 2010 at 8:36 am #

    word ທີ່ເຮົາເຄີຍຂຽນຢູ່ໃນ Windows ມັນອ່ານຢູ່ Ubuntu ບໍ່ໄດ້ເນາະ . ເຮົາ install saysetha lao and ot ໃສ່ ແຕ່ວ່າບາງຄຳມັນກະອ່ານບໍ່ອອກເນາະ , ພໍຈະມີວິທີແກ້ໄຂແດ່ບໍ່ Lao script for Ubuntu ກະມີອອກມາຢູ່ບໍ

  6. au8ust April 6, 2010 at 8:38 am #

    ມີໂຕຢ່າງບໍ່? ມັນອ່ານບໍ່ອອກແນວໃດບາງຄຳ

  7. B April 9, 2010 at 6:16 pm #

    ໂຕ ນ ມັນອ່ານບໍ່ໄດ້

  8. SiaN April 11, 2010 at 9:09 pm #

    ເຈັບຫົວນຳພວກໃຊ້ Lao script
    ໝູ່ສົ່ງເອກກະສານມາແຕ່ລາວກໍ່ພໍແລ້ວ, ເປັນພາສາມະນຸດຕ່າງດາວໝົດ
    ພວກເພີ່ນມັກເອົາແທ້ເອົາວ່າອັນ none unicode ພວກ Saysettha lao ຫັ້ນ…

    ຖ້າຕິດຕັ້ງຄອມໃໝ່ (Windows) ຫັ້ນແນະນຳໃຫ້ໃຊ້ Unicode Keyboard ແບບຂອງ Laohub
    ຂອງພັນລາວ ຫຼື ຈະເອົາທີ່ຂ້ອຍເຮັດໄວ້ກໍ່ໄດ້: http://pasalao.googlecode.com/files/SiaN_PaSaLao_2007.rar

  9. Mar3h April 22, 2010 at 3:14 pm #

    ສຽງເທບ :D

  10. B April 23, 2010 at 9:39 am #

    ປ່ຽນຈາກ font saysetha lao ເປັນ saysetha ot ລະກະແລ້ວເນາະ :D

  11. mimo May 12, 2010 at 1:32 am #

    ກອ່ນອືນກໍ່ຂໍຂອບໃຈທາງຜູ້ບໍລີຫານ website ນີ້ທີ່ໃດ້ເຜີຍແພ່ຄວາມຮູ້ໃຫ້ຜູ້ຄົນໃດ້ເຂົ້າໄປຮຽນຮູ້ຊອກຫາແຕ່ສີ່ງດີໆແລະເປັນປະໂຫຍດທີ່ສູດຕໍ່ສັງຄົມປະຈຸບັນນີ້ໍ ຂະພະເຈົ້າຢາກຂໍຮ້ອງທາງຜູ້ບຊລິຫານແນ່ໃດ້ບໍ ຄຶວ່າຢາກຂໍໃຫ້ທາງທ່ານນີ້ ບອກໃຫ້ລະອຽດອິກຕື່ມໃດ້ບໍກຽວກັບແຕ່ລະໂປຣແກມນອກຈາກວິທີການໃຊ້ອິກແລ້ວຢາກໃຫ້ທ່ານບອກອິກຕື່ມວ່າກຽວກັບຄຸນນະສົມບັດຂອງໂປຣແກມນີ້ອິກພອ້ມແພະວ່າຜູ້ທີ່ຈະນໍາເອົາໄປໃສ້ຈະໃດ້ເຂົ້າໃຈໃດ້ລະອຽດຕື່ມ

  12. alphaone May 21, 2010 at 1:11 pm #

    ສະບາຍດີທ່ານ ຢາກຮູ້ວ່າທ່ານໃຊ້ ໂປຮແກຮມຫຍັງໃນການ record ຫຼື capture desktop ຂອງທ່ານ

    ຫນ້າສົນໃຈຫຼາຍ

    ຈັງໃດກະໃຫ້ຜະລິດຜົນງານຂອງທ່ານຕໍ່ໄປເດີ້ ດີຕໍ່ສັງຄົມຫຼາຍ

    ຂອບໃຈຫຼາຍຯ

  13. au8ust May 21, 2010 at 1:47 pm #

    ໃຊ້ Camtasia Stuido ບັນທຶກເດີ້ ອັດສຽງຜ່ານ Zoom H4n

  14. alphaone May 21, 2010 at 11:03 pm #

    ໂອ໋…….ເປັນຫຍັງທ່ານຄືບໍ່ໃຊ້ການອັດສຽງໃນ PC ເລີຍ ເປັນຫຍັງຕ້ອງແຍກການອັດສຽງນະທ່ານ?

  15. au8ust May 22, 2010 at 5:51 am #

    ກໍຕໍ່ເຂົ້າຄອມຄືກັນຫັ້ນລະ ຫະຫະ

  16. alphaone May 22, 2010 at 11:10 am #

    ຂອບໃຈຫຼາຍຯ ສຳຫຼັບຂໍ້ມູນ

  17. sert November 27, 2010 at 5:59 pm #

    ຄັກຫຼາຍຂອບໃຈຫຼາຍໆເດີທີທາງທີມງານຈັດທຳໃນສີ່ງທີດີໆໃຫ້ແກ່ສັງຄົມ
    ຢາກໃຫ້ອ້າຍຊ່ວຍບອກວ່າ vt-x ທີເຫັນໃນ cpu-z ມັນໃຊ້ໃວ້ເຮັດຫຍັງແລະ ເຄື່ອງຂອງນ້ອງເອງມີ RAM 4 GB ແຕ່ເຫັນພຽງແຕ່ 2.7 GB ຢາກຮູ້ວ່າມັນຫາຍໃປໃສ່
    ນ້ອງເອງໃຊ້ Window 7 ຢູ່
    ຂອບໃຈໃວ້ກ່ອນເດີທີຈະຊ່ວຍສະລະເວລາອັນມີຄ່າໃນການທີຈະອະທິບາຍໃຫ້ໄດ້ເຂົ້າໃຈ

  18. au8ust November 27, 2010 at 8:53 pm #

    ເລື່ອງ VT-X ອ່ານໃນ http://guru.google.co.th/guru/thread?tid=2543664b27044cba ເດີ້ ສ່ວນທີ່ເຫັນ RAM 2.7 GB ໃຫ້ປ່ຽນໄປໃຊ້ Windows 7 64-Bit ແທນລະກັນ

  19. lao December 19, 2010 at 5:24 pm #

    ຖ້າຢາກບອກວິທີໃຊ້ ໂປຣແກຣມ ຕ່າງຽ ນີ້ຫນາໃຫ້ບອກລະອຽດແນ່ວ່າແຕ່ລະ ໂປຣແກຣມມັນເຫັດຫັຍງມີຫນ້າທີ່ຫັຍງ ຖ້າເຈັ້າບ່ໍເຫົ້ວາເຖີງກາຢ່າມາອອກສາເຊົາສາເດີ

  20. au8ust December 19, 2010 at 11:35 pm #

    ^
    ^
    ^
    ໂພສນີ້ແມ່ນສອນເລື່ອງການຕິດຕັ້ງ Ubuntu ເດີ້ ບໍ່ແມ່ນສອນໃຊ້ໂປຣແກຣມແຕ່ລະໂຕໃຫ້ລະອຽດ

    ແລ້ວກໍ ການເຮັດເວັບໄຊນີ້ ແມ່ນເຮັດອຸທິດຂຶ້ນມາໂດຍບໍ່ໄດ້ເກັບຄ່າໃຊ້ຈ່າຍໃດໆ ຫາກວ່າທ່ານຢາກໄດ້ແບບທີ່ຖືກໃຈ ກໍໃຫ້ລົງມືເຮັດເອງໂລດເດີ້ ຈະໄດ້ເປັນປະໂຫຍດຕໍ່ທຸກໆ ຄົນໃນອະນາຄົດ ຫະຫະ

Leave a Reply


*