ມື້ນີ້ເຮົາຈະມາຮຽນກ່ຽວກັບການຕິດຕັ້ງ SMF ເຊິ່ງເປັນລະບົບເວັບບອດທີ່ມີຊື່ເຕັມໆ ວ່າ Simple Machine Forums. ໃນບົດນີ້ເຮົາຈະຮຽນເຈາະຈົງສະເພາະແມ່ນ SMF ເວີຊັນ 2.0 RC3 ເຊິ່ງເປັນເວີຊັນຫຼ້າສຸດ ທີ່ກຳລັງຢູ່ໃນລະຫວ່າງການພັດທະນາ ແລະອາດຈະຍັງບໍ່ສະຖຽນພຽງພໍໃນການໃຊ້ວຽກໃນເວັບໄຊໂຕຈິງ.
ຢ່າງໃດກໍຕາມ SMF ເປັນລະບົບເວັບບອດທີ່ຂ້ອນຂ້າງຈະມີຄວາມສາມາດສູງ ຮອງຮັບ Mod ຕ່າງໆ ຈຳນວນຫຼາຍ ແລະມີ Theme ໃຫ້ເລືອກໃຊ້ພໍສົມຄວນ. ມາຕິດຕາມຕໍ່ກັນໃນວິດີໂອເລີຍ
















